ວັນໂອລິມປິກສາກົນ ຄົບຮອບ 126 ປີ ທີ່ນະຄອນໄກສອນ ແຂວງ ສະຫວັນນະເຂດ

ຮູບພາບບັນຍາກາດໃນງານສະເຫຼີມສະຫຼອງວັນໂອລິມປິກສາກົນຄົບຮອບ 126 ປີ ທີ່ ນະຄອນ ໄກສອນ, ແຂວງ ສະຫວັນນະເຂດ, ເຊິ່ງໄດ້ມີຜູ້ເຂົ້າຮ່ວມຈໍານວນຫຼາຍກວ່າ 1500 ຄົນ, ງານດັ່ງກ່າວໄດ້ຈັດກິດຈະກໍາຍ່າງ-ແລ່ນ ໂດຍມີໄລຍະທາງຄືຍ່າງ 5km, ແລ່ນ10km ປະກອບມີ 3 ລຸ້ນອາຍຸຄື: ລຸ້ນເຍົາວະຊົນຊາຍ-ຍິງ, ຊາວໜຸ່ມຊາຍ-ຍິງ ແລະ ອາວຸໂສຊາຍ-ຍິງ. ນອກຈາກນີ້ ຍັງມີກິດຈະກຳດຶງເຊືອກ, ການສະແດງຈາກໂຮງຮຽນອຸດົມວິໄລ, ໂຮງຮຽນສະຫວັນ, ໂຮງຮຽນໂພນສະຫວັນ ແລະ ຂະບວນລົດຖີບອີກດ້ວຍຂໍຂອບໃຈຜູ້ອຸປະຖໍາຫຼັກໂດຍ: ບໍລິສັດ ເບຍລາວຈໍາກັດ, ບໍລິສັດໂຮງງານ FBT.

ທັບນັກກິລາຄົນພິການລາວ ອອກເດີນທາງຢ່າງເປັນທາງການ ຮ່ວມອາຊຽນພາລາ ເກມ 2017.

ທັບນັກກິລາຄົນພິການລາວ ອອກເດີນທາງຢ່າງເປັນທາງການ ຮ່ວມອາຊຽນພາລາ ເກມ 2017.   ຄະນະນຳ, ຄູເຝິກ ແລະ ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 100 ຄົນ, ຍິງ 27 ຄົນ ຈາກ 6 ປະເພດກິລາ ອອກເດີນທາງຢ່າງເປັນທາງການ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາ ອາຊຽນພາລາ ເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 17-23 ກັນຍາ 2017. ຂະນະທີ່ ນາງ ສີມາຍ ນັກກິລາຍົກນໍ້ານັກ ຮຸ່ນນໍ້າໜັກ 49 ກິໂລກຣາມ ຣີໂລຫຼຽທອງ ງານກິລາໂອແລມປິກ ເກມ ຫຼື ປາກກິ່ງ ເກມ ແລະ ເຈົ້າຂອງ ຫຼຽນເງິນ ງານກິລາອາຊຽນ ພາລາເກມ 6 ສະໄໝ ພ້ອມຈະສູ້ເພື່ອສ້າງກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ເຖິງຕົນເອງຈະໄດ້ຮັບອາການບາດເຈັບກ່ຽວກັບຂໍ່ກະດູກແຂນເບື້ອງຊ້າຍກໍ່ຕາມ. (ເພີ່ມເຕີມ…)

ກອງປະຊຸມວິສາມັນຄົບຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ປະຈຳປີ 2016

      ກອງປະ­ຊຸມວິ­ສາ­ມັນຄົບຄະ­ນະບໍ­ລິ­ຫານງານຄະ­ນະກຳ­ມະ­ການໂອແລມປິກແຫ່ງຊາດລາວ (ຄອລ) ປະ­ຈຳປີ 2016 ໄດ້ໄຂຂື້ນໃນຕອນເຊົ້າວັນທີ 27 ຕຸລາຜ່ານມາ ທີ່ຫ້ອງການ ຄອລ (ຂ້າງສະໜາມກິລາເຈົ້າອານຸວົງ) ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມວິສາມັນຂອງຄະນະບໍລິຫານງານຄອລ ເພື່ອປະກາດຄະນະບໍລິຫານງານ ຄອລ ຊຸດໃໝ່ ແລະ  ພິທີເປີດຕົວກອງທຶນສົ່ງເສີມກິລາລາວ ສູ່ໂອແລມປິກສາກົນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ທັງເປັນປະທານ ຄອລ ຄົນໃໝ່, ມີ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງ ສສກ,ອະດີດຮັກສາການປະທານ ຄອລ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ (ເພີ່ມເຕີມ…)

ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ຄະນະກໍາມະການໂອແລມປິແຫ່ງຊາດ ຫວຽດນາມ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກາກົນຄົບຮອບ 122 ປີ

ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ຄະນະກໍາມະການໂອແລມປິແຫ່ງຊາດ ຫວຽດນາມ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກາກົນຄົບຮອບ 122 ປີ ຄະນະກໍາມະການໂອແລມປິກແຫ່ງຊາດ (ຄອຊ) 3 ຊາດ ຄື: ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຈັດກິດຈະກຳແລ່ນ-ຍ່າງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນໂອ ແລມປິກສາກົນ ຄົບຮອບ 122 ປີ ໃຫ້ມີບັນຍາກາດຄຶກຄື້ນ ແລະມ່ວນຊື່ນ ທີ່ມີອຸດົມການເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊາດຂອງໂລກ, ທັງເປັນການສົ່ງເສີມການຮ່ວມມືປະຊາ ຄົມເສດຖະກິດອາຊຽນ.    ການຈັດກິດຈະກຳແລ່ນ-ຍ່າງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 26 ມິຖຸນາ ຜ່ານມາ ທີ່ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ) ທີ່ແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ...

ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ຄະນະກໍາມະການໂອແລມປິກແຫ່ງຊາດ ຫວຽດນາມ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກາກົນຄົບຮອບ 122 ປີ

  ຄະນະກໍາມະການໂອແລມປິກແຫ່ງຊາດ (ຄອຊ) 3 ຊາດ ຄື: ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຈັດກິດຈະກຳແລ່ນ-ຍ່າງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນໂອ ແລມປິກສາກົນ ຄົບຮອບ 122 ປີ ໃຫ້ມີບັນຍາກາດຄຶກຄື້ນ ແລະມ່ວນຊື່ນ ທີ່ມີອຸດົມການເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊາດຂອງໂລກ, ທັງເປັນການສົ່ງເສີມການຮ່ວມມືປະຊາ ຄົມເສດຖະກິດອາຊຽນ.    ການຈັດກິດຈະກຳແລ່ນ-ຍ່າງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 26 ມິຖຸນາ ຜ່ານມາ ທີ່ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ) ທີ່ແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ພົນຕີ ຈາຣຶກ ອາຣີຣາຊະກາຣັນ  ປະທານຄະນະກຳມະການໂອແລມປິກແຫ່ງຊາດໄທ...

ກອງປະຊຸມສາມັນ ຄົບຄະນະບໍລິຫານງານ ຄອລ 6 ເດືອນຕົ້ນປີ 2015

ກອງປະຊຸມສາມັນຄົບຄະນະບໍລິຫານງານຄອລ 6 ເດືອນຕົ້ນປີ 2015       ກອງປະຊຸມສາມັນຄົບຄະນະບໍລິຫານງານຄະນະກຳມະການໂອແລມປິກລາວ (ຄອລ) ໄດ້ໄຂຂື້ນທີ່ຫ້ອງປະຊຸມຄອລຂອງວັນທີ 9/09 2015 ໂດຍພາຍໄຕ້ການເປັນປະທານທ່ານພັນຄຳວິພາວັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີຄະນະບໍລິຫານງານໂອແລມປິກແຫ່ງຊາດລາວພ້ອມດ້ວຍຜູ້ບໍລິຫານງານສະຫະພັນກິລາແຫ່ງຊາດແຕ່ລະປະເພດເຂົ້າຮ່ວມລວມທັງໝົດ 36 ສະຫະພັນ. ໃນກອງປະຊຸມຄັ້ງນີ້ຄະນະບໍລິຫານງານຄອລໄດ້ຮັບຟັງການລາຍງານຕ່າງໆໃນ 6 ເດືອນຕົ້ນປີ 2015 ມີລາຍລະອຽດດັ່ງນີ້ ທ່ານສົມພູພົງສາຜູ້ຊ່ວຍລັດຖະມົນຕີ, ຮອງປະທານ-ເລຂາທິການຄອລໄດ້ຂື້ນລາຍງານການເຄື່ອນໄຫວໃນໄລຍະ 06 ເດືອນຕົ້ນປີ 2015 ແລະວາງແຜນຫົກເດືອນທ້າຍປີ. ທ່ານກະເສມອິນທະລາຮອງເລຂາ-ທິການຄອລຫົວໜ້າກຳມາທິການພົວພັນຮ່ວມມືສາກົນລາຍງານຮ່ວມມືກັບ, ໂອແລມປິກສາກົນ, ສະພາໂອແລມປິກອາຊີແລະການພົວພັນຕ່າງໆກັບປະເທດສະມາຊິກໂອແລມປິກ. ທ່ານແສງພອນພົນອາມາດຮອງເລຂາທິການຄອລກຳມະການນັກກິລາລາຍງານຜົນການເຂົ້າຮວ່ມຊີເກມຄັ້ງທີ 28 ແລະກະກຽມນັກກິລາເຂົ້າຮ່ວມເອຊຽນເກມ, ກິລາເອຊຽນເກມຫາດຊາຍແລະໂອແລມປິກຊາວໜຸ່ມ. ທ່ານສີທາດຈັນທະບູລີລາຍງານຂະບວນການກິລາມວນຊົນ, ວັນໂອແລມປິກ. ທ່ານດຣ. ອາລົງກອນເພັງສະຫວັນຮອງຫົວໜ້າກຳມະທິການແພດກິລາລາຍງານວຽກງານການແພດຂອງໂອແລມປິກ. ທ່ານພູວັນວົງສຸທິກຳມາທິການການເງິນ, ນາຍຄັງຄອລລາຍງານຖານະການກວດກາການເງີນຂອງຄອລ 6 ເດືອນຕົ້ນປີ 2015      ຫຼັງຈາກສຳເລັດການລາຍງານການເຄື່ອນໄຫວຕ່າງໆຂອງຄະນະບໍລິຫານງານຄອລໃນກອງປະຊຸມກໍໄດ້ເປີດໂອກາດໃຫ້ຄະນະບໍລິຫານງານປະກອບຄວາມຄິດເຫັນແລະແລກປ່ຽນບົດຮຽນເພື່ອຊອກຫາວິທິທາງແກ້ໄຂໃນບາງຈຸດທີ່ຍັງຄົງຄ້າງແລະຕ້ອງໄດ້ຮັບການແກ້ໄຂເພື່ອເຮັດໃຫ້ຂະບວນການກິລາວມີຄວາມເຂັ້ມແຂງແລະກ້າວສູ່ເວທິສາກົນໃນຕໍ່ໜ້າ. ກອງປະຊຸມສາມັນຄົບຄະນະບໍລິຫານງານຄອລ 6 ເດືອນຕົ້ນປີ 2015

ຜູ້ບໍລິຫານກິລາ ທົ່ວແຂວງສະຫວັນນະເຂດ ຮັບການຍົກລະດັບຄວາມສາມາດ ດ້ານການຊີ້ນຳ-ນຳພາ

  ຜູ້ບໍລິຫານການກິລາທົ່ວແຂວງສະຫວັນນະເຂດໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດໃນດ້ານການຊີ້ນຳ-ນຳພາ, ພາລະບົດບາດ ແລະ ຄວາມໝາຍຄວາມສຳຄັນຂອງກິລາຕໍ່ກັບສັງຄົມແລະ ແຜນພັດທະນາວຽກງານກິລາ ໃນຂັ້ນຕໍ່ໄປ ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ ເທື່ອລະກ້າວ ພ້ອມທັງສ້າງໄດ້ນັກກິລາເປັນຕົວແທນຂອງແຂວງເຂົ້າຮ່ວມງານລະດັບຊາດ ແລະ ພາກພື້ນໃນອະນາຄົດ.   ກອງປະຊຸມເຝິກອົບຮົມຜູ້ບໍລິຫານການກິລາທົ່ວແຂວງສະຫວັນະເຂດໄດ້ໄຂຂື້ນ ທີ່ເຂດ (ຫຼັກ 4), ໂດຍພາຍໃຕ້ການເປັນປະທານຂອງ ທ່ານສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ແລະເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດ, ມີທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍບັນດາຄະນະຫ້ອງການສຶກສາທິການ ແລະ ກິລາ 15 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ, ຄູ-ອາຈານ ທີ່ມາຈາກມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນອ້ອມຂ້າງເຂົ້າຮ່ວມ.       ໃນໂອກາດນີ້, ທ່ານ ຖາວອນ ອິນສີຊຽງໃໝ່ ກ່າວໃນພິທີເປີດວ່າ: ການເຝິກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ...