ສິດ ແລະ ໜ້າທີ່

    1. ເຂົ້າຮ່ວມການຈັດຕັ້ງ ແລະ ພັດທະນາຂະບວນການກິລາ-ກາຍຍະກໍາໃນປະເທດ ແລະ ອອກສູ່ຕ່າງປະເທດ.
    2. ໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ໄດ້ຄຸນປະໂຫຍດຂອງກິລາ-ກາຍຍະກໍາ, ມີຄວາມມັກ ແລະ ມີນໍາໃຈນັກກິລາ.
    3. ສະໜັບສະໜູນນັກກິລາແຫ່ງຊາດ, ຂະແໜງການ ແລະ ທ້ອງຖິ່ນ.
    4. ຄຸ້ມຄອງ ແລະ ນໍາໃຊ້ເງິນຊ່ວຍເຫຼືອ, ອຸປະຖໍາຈາກອົງການັໂອແລມປິກສາກົນ, ພາກພື້ນ ແລະ ອະນຸພາກພື້ນຕາມລະບຽບການ.
    5. ປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ແລະ ກົມວິຊາການເພື່ອພັດທະນາກິລາປະເພດຕ່າງໆໃຫ້ມີມາດຕະຖານສາກົນສູງຂຶ້ນເທື່ອລະກ້າວ.
    6. ສົມທົບກັບກະຊວງສຶກສາທິການ ແລະ ກິລາ ແລະ ກົມວິຊາການ ເຂົ້າຮ່ວມງານແຂ່ງຂັນກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຫຼື ການເປັນເຈົ້າພາບແຂ່ງຂັນກິລາລະດັບຕ່າງໆ.
    7. ເຂົ້າຮ່ວມເຄື່ອນໄຫວກິດຈະກໍາທີ່ຄະນະກໍາມະການກິລາໂອແລມປິກຂັ້ນຕ່າງໆຮັບຮອງ ແລະ ວາງອອກ.
    8. ເປັນຕົວແທນຊາດໃນການເຄື່ອນໄຫວ, ພົວພັນຮ່ວມມືກັບການຈັດຕັ້ງໂອແລມປິກຂອງຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
    9. ຄັດເລືອກຜູ້ມີຄວາມສາມາດເຂົ້າເປັນກໍາມະການ ແລະ ຄະນະບໍລິຫານກິລາໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
    10. ຮຽກໂຮມປະຊຸມ, ເຂົ້າຮ່ວມປະຊຸມ, ສະຫລຸບ, ຖອດຖອນບົດຮຽນ ລາຍງານຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວຂອງຕົນຢ່າງເປັນປົກກະຕິ.
    11. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມທີ່ກໍານົດໄວ້ໃນລະບຽບ, ກົດໝາຍ ຫຼື ຕາມການມອບໝາຍ.