ຄະນະ​ກຳມະການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ລາວ (NOCL) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1978 ​ແລະ ​ໄດ້​ປະຕິ​ຮູບ​ສະຫະພັນ​ກຳມະບານ​ແຫ່ງ​ຊາດ 7 ​ແຫ່ງ ຄື: ກິລາ​ກະຕໍ້, ບ້ວງ, ກິລາ​ມວຍ, ກິລາ​ບານ​ເຕະ, ຍິງ​ເປົ້າ, ​ເທ​ເທັນ​ນິສ, ​ແລະ​ບານ​ສົ່ງ. ​ເປັນ​ການ​ໃຫ້​ສັງຄົມ​ຮູ້​ໃນ​ນາມ​ອົງການ​ກິລາ​ມວນ​ຊົນ​ໃນ​ອົງການ​ບໍ່​ຫວັງ​ຜົນ​ກຳ​ໄລ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ເພື່ອ​ຮ່ວມ​ກັບ​ລັດຖະບານ​ຮັບຜິດຊອບ​ການ​ພັດທະນາ​ກິລາ​ໃນ​ລາວ.

ປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຄົນທຳອິດແມ່ນ ພົນເອກ ສິງກະໂປ ສີໂຄດຕະບອງ.

ມັນແມ່ນໄລຍະທີ່ຄະນະກຳມາທິການໂອລິມປິກສາກົນໄດ້ຮັບຮູ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ເປັນສະມາຊິກຊົ່ວຄາວໃນປີ 1979 ແລະ ສປປ ລາວ ໄດ້ມີໂອກາດສົ່ງນັກກິລາເຂົ້າຮ່ວມງານມະຫາກຳກິລາໂອລິມປິກ ມົສກູ ຄັ້ງທີ 22 ປີ 1980. ນັບແຕ່ໄລຍະນັ້ນເປັນຕົ້ນມາ. NOCL ຮັບຜິດຊອບສົ່ງຕົວແທນນັກກິລາຂອງລາວເຂົ້າຮ່ວມງານກິລາໂອລິມປິກ, ເອຊຽນເກມ ແລະ ຊີເກມ ລວມທັງງານອື່ນໆທີ່ຈັດຂຶ້ນພາຍໃຕ້ການອຸປະຖໍາຂອງຄະນະກໍາມະການໂອລິມປິກສາກົນ (IOC).

ການເຂົ້າຮ່ວມກິລາໂອແລມປິກລະດູຮ້ອນຂອງ ຄອລ

ຄັ້ງທີ

ວັນເດືອນປີ ເມືອງ ນະຄອນທີ່ຈັດ ຈໍານວນນັກກິລາ ປະເພດກິລາ

22

19/07 – 3/08 1980 ມອສໂກວ໌, ຣັສເຊຍ 21 ຄົນ 3

23

28/07 – 12/08 1984 ລອສແອງເຈລິສ, ແຄລິຟໍເນຍ ສະຫະລັດອາເມລິກາ ບໍ່ໄດ້ເຂົ້າຮ່ວມ

ບໍ່ໄດ້ເຂົ້າຮ່ວມ

24

17/09 – 2/10 1988 ເຊອຸລ, ເກົາຫຼີໃຕ້ 4 ຄົນ

2

25

25/07 – 9/08 1992 ບາເຊໂລນາ, ສະເປນ 5 ຄົນ 2

26

19/07 – 4/08 1996 ແອັດແລນຕ້າ, ລັດຈໍເຈຍ

ສະຫະລັດ ອາເມລິກາ

5 ຄົນ

2

27

15/09 – 1/10 2000 ຊິດນີ, ອອສເຕຣເລຍ 3 ຄົນ

3

28

13/08 – 29/08 2004 ເອເທນ, ກຣິສ 5 ຄົນ

2

29

25/07 – 10/08 2008 ປັກກິ່ງ, ຈີນ 4 ຄົນ

2

30

27/07 – 12/08 2021 ລອນດອນ, ອັງກິດ 3 ຄົນ

2

31

5-24/08/2016 ຣີໂອ ເດ ຈາເນໂຣ, ບຣາຊິລ 6 ຄົນ

4

32 24/07 – 8/08 2020 ໂຕກຽວ, ຍີ່ປຸ່ນ 4 ຄົນ

3