ກອງປະຊຸມໃຫຍ່ ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວຊຸດທີ VIII (ປີ ຄ.ສ 2022 – 2026)

ກອງປະຊຸມໃຫຍ່ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII (2022-2026) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 03 ກັນຍາ 2026, ທີ່ຫ້ອງປະຊຸມໂຮງແຮມແລນມາກ, ພາຍໃຕ້ ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ໂດຍມີທ່ານປະທານກິດຕິມະສັກ ຄອລ ຕະຫຼອດການ, ອາດີດປະທານ ຄອລ, ຄະນະທີ່ປຶກສາ, ບັນດາທ່ານຮອງປະທານ, ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີຫົວໜ້າຫ້ອງການ, ທ່ານຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ, ບັນດາ ກໍາມະການ, ກໍາມາທິການກິລາຂອງ ຄອລ, ປະທານ ແລະ ເລຂາທິການສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມທັງໝົດ 147 ທ່ານ, ຍິງ 40 ທ່ານ.

ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວຄະນະກໍາມະການໂອແລມປິກແຫ່ງຊາດລາວ 04 ປີ 2022-2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາ 04 ປີ 2027-2030 ຂອງຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ບົດລາຍງານວຽກງານການເງິນຂອງຄະນະ ກໍາມະການໂອແລມປິກແຫ່ງຊາດລາວ ໃນໄລຍະ 4 ປີ, ການສະເໜີບົດຮຽນການຈັດຕັ້ງປະຕິບັດໜ້າທີວຽກງານຂອງ 02 ກໍາມະການ ແລະ 01 ກໍາມາທິການນັກກິລາ, 05 ສະຫະພັນກິລາແຫ່ງຊາດ, ບົດລາຍງານຂອງການຈັດຕັ້ງປະຕິບັດກອງທຶນສົ່ງເສີມຂະບວນການໂອແລມປິກ, ສະເໜີລາຍຊື່ເປົ້າໝາຍຄະນະບໍລິຫານງານ ຄອລ ຊຸດທີ IX, ປະກອບຄໍາເຫັນ ແລະ ລົງມະຕິຮັບຮອງລາຍຊື່ເປົ້າໝາຍຄະນະບໍລິຫານງານ ຄອລ ຊຸດທີ IX ເພື່ອສະເໜີຂັ້ນເທິງພິຈາລະນາ. ພິເສດ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກໍາມະການໂອແລມປິກ ແຫ່ງຊາດລາວ.

ຜ່ານການຮັບຟັງການລາຍງານ, ການປະກອບຄໍາເຫັນຂອງບັນດາທ່ານຜູ້ແທນກອງປະຊຸມ ແລະ ອີງໃສ່ ທິດຊີ້ນໍາຂອງທ່ານປະທານກອງປະຊຸມ, ກອງປະຊຸມໄດ້ຕົກລົງເຫັນດີຮັບຮອງເອົາ ເປັນມະຕິຂອງກອງປະຊຸມ ດັ່ງນີ້:

1. ກອງປະຊຸມເຫັນດີຮັບຮອງເອົາບົດລາຍງານຜົນສໍາເລັດການເຄື່ອນໄຫວຂອງຄະນະກໍາມະການໂອແລມປິກ ແຫ່ງຊາດລາວ ຊຸດທີ VIII (2022-2026) ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ຂອງຄະນະກໍາມະການ ໂອແລມປິກແຫ່ງຊາດລາວ;

2. ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານວຽກງານການເງິນ ຂອງຄະນະກໍາມະການໂອແລມປິກ ແຫ່ງຊາດລາວ ປະຈໍາ 04 ປີ (2022-2026);

3. ກອງປະຊຸມເຫັນດີ ຮັບຮອງເອົາການສະເໜີບົດຮຽນການຈັດຕັ້ງປະຕິບັດໜ້າທີວຽກງານຂອງ 02 ກໍາມະການ ແລະ 01 ກໍາມາທິການນັກກິລາ, 05 ສະຫະພັນກິລາແຫ່ງຊາດ, ບົດລາຍງານຂອງການຈັດຕັ້ງປະຕິບັດກອງທຶນສົ່ງເສີມຂະບວນການໂອແລມປິກ ທີ່ນໍາສະເໜີໃຫ້ເປັນຂໍ້ມູນ ແລະ ບົດຮຽນ;

4. ກອງປະຊຸມເຫັນດີ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດກອງທຶນສົ່ງເສິມກິລາສູ່ຂະບວນການ ໂອແລມປິກ ແລະ ແນວຄວາມຄິດການເສີມຂະຫຍາຍກອງທຶນເພື່ອມານໍາໃຊ້ສົ່ງເສີມວິຊາສະເພາະໃຫ້ກວ້າງຂວາງ;

5. ກອງປະຊຸມເຫັນດີມອບໃຫ້ການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງສຸ່ມໃສ່ປະຕິບັດວຽກສໍາຄັນທີ່ເປັນຍຸດທະສາດການພັດທະນາກິລາ ແລະ ເປັນບຸລິມະສິດ ດັ່ງນີ້:

5.1 ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ນັກກິລາ, ບຸກຄະລາກອນກິລາ, ກໍາມະການຕັດສິນ ແລະ ຄູຝຶກ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ;

5.2 ມອບໃຫ້ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ນໍາເອົາຜົນສໍາເລັດແຕ່ລະດ້ານຂອງກອງປະຊຸມ ໄປສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ການປັບປຸງແບບແຜນວິທີເຮັດວຽກ, ວຽກງານບໍລິຫານຄຸ້ມຄອງ, ວຽກສົ່ງເສີມວິຊາການ, ວຽກປະສານງານພາຍໃນ ແລະ ຮ່ວມມືພົວພັນກັບອົງການກິລາສາກົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ;

5.3 ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ບັນດາສະຫະພັນກິລາແຫ່ງຊາດ ປະສານງານ ແລະ ສົມທົບກັບກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມກັບພາກສ່ວນທີ່ກ່ຽວຂ້ອງສ້າງແຜນສະເພາະ ເພື່ອຈັດປະຊຸມຖອດບົດຮຽນຂອງການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາລະດັບຕ່າງໆ ດ້ວຍການວິເຄາະວິໄຈ, ຕີລາຄາທາງດ້ານວິຊາການແຕ່ລະດ້ານ ເລີ່ມແຕ່ການກະກຽມ, ການເຂົ້າຮ່ວມແຂ່ງຂັນ ເພື່ອຄົ້ນຄວ້າປະເດັນ ແລະ ປັນຫາຂອງແຕ່ລະຫົວຂໍ້ຢ່າງມີວິທະຍາສາດ ເລີ່ມແຕ່ການຄັດເລືອກນັກກິລາ, ການຝຶກແອບ, ການເຂົ້າຮ່ວມແຂ່ງຂັນເປັນແຕ່ລະຂັ້ນຕອນ, ໃຫ້ເປັນມາດຖານທີ່ສອດຄ່ອງແທດເໝາະ ແກ່ການພັດທະນາແບບຍືນຍົງຕາມຍຸດທະສາດການພັດທະນາກິລາລາວ;

5.4 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ສືບຕໍ່ການສົ່ງເສີມ, ສ້າງຄວາມເຂັ້ມແຂງໃຫ້ບັນດາກຳມະການກໍາມາທິການນັກກິລາ, ສະຫະພັນກິລາແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະ ທົ່ວເຖິງ ເຮັດໃຫ້ບຸກຄະລາກອນ, ນັກກິລາຮັບການເສີມສ້າງ ແລະ ມີການພັດທະນາດີຂຶ້ນ;

5.5 ໃຫ້ສືບຕໍ່ປັບປຸງວຽກງານບໍລິຫານຄຸ້ມຄອງຂອງຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ມີ ຄວາມເຂັ້ມແຂງ ເປັນປັດໃຈຕັດສິນ ໃນການເຄື່ອນໄຫວວຽກງານຄະນະກໍາມະການໂອແລມປິກ ແຫ່ງຊາດລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

5.6 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ເພີ່ມທະວີຮ່ວມກັບກົມວິຊາການກິລາ ແລະ ບັນດາສະຫະພັນກິລາແຫ່ງຊາດ ໃນພັດທະນາກິລາແບບຍືນຍົງ ໄປຕາມຍຸດທະສາດການພັດທະນາກິລາລາວ ຈະສ້າງໄດ້ກໍາມະການ, ຄູຝຶກ ແລະ ນັກກິລາທີ່ມີຄຸນນະພາບ;

5.7 ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ບັນດາສະຫະພັນກິລາແຫ່ງຊາດ ແລະ ກົມກິລາລະດັບສູງ ເລີ່ມຕົ້ນກະກຽມສ້າງເອກະສານນໍາສະເໜີຜ່ານລັດຖະບານ ເພື່ອຮອງຮັບການເປັນເຈົ້າພາບຊີເກມ ຄັ້ງທີ 36 ໃນປີ 2031 ໄປແຕ່ລະບາດກ້າວ.

The 8th Executive Board of NOCL 2022-2026

Share this post

ຕອບກັບ

ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນຕ້ອງປ້ອນຂໍ້ມູນຖືກໝາຍດ້ວຍ *