ການອົບຮົມຜູ້ບໍລິຫານກິລາແຂວງຈໍາປາສັກ ໃນລະຫວ່າງວັນທີ 26-28 ພຶດສະພາ 2026

ການອົບຮົມດັ່ງກ່າວ ໄດ້ມີການຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ໂພໄຊ ວົງຄໍາຊາວ, ຮອງພະແນກສຶກສາທິກາານ ແລະ ກິລາ ແຂວງຈໍາປາສັກ, ຕາງໜ້າຈາກ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍ ທ່ານ ສົມພູ ພົງສາ, ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ພູວັນ ວົງສຸທິ, ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ເປັນຜູ້ບັນຍາຍໃນການນໍາສະເໜີບົດຮຽນ.

ການອົບຮົມໃນຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ ທັງຫມົດ 24 ທ່ານ ຈາກໂຕແທນຂອງບັນດາສະຫະພັນກິລາມີ 18 ສະຫະພັນ ແລະ ຈາກ 6 ຕົວເມືອງພາຍໃນແຂວງ (ແມ່ຍິງ 4 ທ່ານ ແລະ ອີກ 2 ທ່ານຈາກ ພາກສ່ວນ ສັນຕິບານປະຊາຊົນເລກ 02 ມີຄວາມສົນໃຈຂໍເຂົ້າຮ່ວມການອົບຮົມອີກດ້ວຍ)

ເຊິ່ງແຕ່ລະຫົວຂໍ້ຂອງບົດຮຽນແມ່ນ ສຸມໃສ່ການກະກຽມການເປັນເຈົ້າພາບກິລາ, ການກະກຽມເຂົ້າຮ່ວມການແຂ່ງຂັນ, ວຽກງານພິທີການ, ການຊອກຫາຜູ້ອຸປະຖໍາ, ຮູບແບບການພັດທະນານັກກິລາ ເປັນຕົ້ນ. ນອກຈາກນີ້, ຍັງນໍາສະເໜີຄວາມເປັນມາ, ໜ້າທີ່ ແລະ ບົດບາດ ຂອງ ຄະນະກໍາມະການໂອແລມປິກສາກົນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບ ຂົງເຂດສິດ, ໜ້າທີ່ ແລະ ພາລະບົດບາດການຈັດຕັ້ງກິລາລັດ ແລະ ການຈັດຕັ້ງກິລາທາງສັງຄົມ, ລວມທັງການຖ່າຍທອດປະສົບການການເຮັດວຽກທີ່ເກີດຂຶ້ນໂຕຈິງຂອງຜູ້ບັນຍາຍ ເພື່ອໃຫ້ນັກສໍາມະນາກອນຈິນຕະນາການໃຫ້ເຫັນພາບ ແລະ ສະຖານະການຈໍາລອງພາບຂື້ນຕາມ ໃນຂະນະທີ່ຮັບຟັງການນໍາສະເໜີບົດຮຽນໄປໃນໂຕອີກດ້ວຍ

ວາລະສຸດທ້າຍຂອງການອົບຮົມນີ້, ກໍໄດ້ເປີດໂອກາດໃຫ້ນັກສໍາມະນາກອນ ມີຄໍາຖາມເຈາະຈີ້ມ, ເພື່ອຫາສາເຫດ ແລະ ຂໍສະເໜີວິທິການແກ້ໄຂປັນຫາ ຈາກຜູ້ບັນຍາຍ ແລະ ສີ້ນສຸດການອົບຮົມໂດຍການມອບໃບຢັ້ງຢືນໃຫ້ແກ່ບັນດານັກສໍາມະນາກອນ

Share this post

ຕອບກັບ

ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນຕ້ອງປ້ອນຂໍ້ມູນຖືກໝາຍດ້ວຍ *