ທັບນັກກິລາຄົນພິການລາວ ອອກເດີນທາງຢ່າງເປັນທາງການ ຮ່ວມອາຊຽນພາລາ ເກມ 2017.

ທັບນັກກິລາຄົນພິການລາວ ອອກເດີນທາງຢ່າງເປັນທາງການ ຮ່ວມອາຊຽນພາລາ ເກມ 2017.

 

ຄະນະນຳ, ຄູເຝິກ ແລະ ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 100 ຄົນ, ຍິງ 27 ຄົນ ຈາກ 6 ປະເພດກິລາ ອອກເດີນທາງຢ່າງເປັນທາງການ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາ ອາຊຽນພາລາ ເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 17-23 ກັນຍາ 2017. ຂະນະທີ່ ນາງ ສີມາຍ ນັກກິລາຍົກນໍ້ານັກ ຮຸ່ນນໍ້າໜັກ 49 ກິໂລກຣາມ ຣີໂລຫຼຽທອງ ງານກິລາໂອແລມປິກ ເກມ ຫຼື ປາກກິ່ງ ເກມ ແລະ ເຈົ້າຂອງ ຫຼຽນເງິນ ງານກິລາອາຊຽນ ພາລາເກມ 6 ສະໄໝ ພ້ອມຈະສູ້ເພື່ອສ້າງກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ເຖິງຕົນເອງຈະໄດ້ຮັບອາການບາດເຈັບກ່ຽວກັບຂໍ່ກະດູກແຂນເບື້ອງຊ້າຍກໍ່ຕາມ.

ການແຂ່ງຂັນງານມະຫາກໍາກິລາ ອາຊຽນພຣາລາ ເກມ ຄັ້ງທີ 9 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ຈັດຂຶ້ນ ລະຫວ່າງວັນທີ 17-23 ກັນຍາ 2017 ຄາດວ່າຈະມີນັກກິລາຈາກ 11 ປະເທດ ໃນຂົງເຂດອາຊຽນເຂົ້າຮ່ວມ ແລະ ຈະແຂ່ງຂັນ 16 ປະເພດກິລາ ມີການຊີງໄຊກັນເຖິງ 294 ຫຼຽນຄໍາ ຈາກ 883 ລາຍການ ສະເພາະທັບນັກກິລາຄົນພິການລາວ ໄດ້ສົ່ງຄະນະນໍາ, ຄູເຝິກ ແລະ ນັກກິລາຄົນພິການທີມຊາດລາວ ຈຳນວນ 100 ຄົນ, ຍິງ 27 ຄົນ ສະເພາະ ຄູເຝິກ ແລະ ນັກກິລາ 84 ຄົນ, ຍິງ 20 ຄົນ ຈາກ 6 ປະເພດ ປະກອບມີ ກິລາເຕະບານ ຄົນພິການຕາ, ແລ່ນ-ລານ ຄົນພິການ, ລອຍນໍ້າ ຄົນພິການ, ຍົກນໍ້າໜັກ ຄົນພິການ, ໂກນບານ ຄົນພິການ ແລະ ບານບ້ວງລໍ້ເລື່ອນ ຄົນພິການ.

ສຳລັບເປົ້າໝາຍໃນການເຂົ້າຮ່ວມງານອາຊຽນ ພາລາ ເກມ 2017 ລາວ ຕັ້ງເປົ້າໄວ້ 1 ຫຼຽນຄຳ ຈາກປະເພດກິລາຍົກນໍ້າໜັກຄົນພິການ, 4 ຫຼຽນເງິນ ຈາກແລ່ນ-ລານ, ລອຍນໍ້າ, ຍົກນໍ້າໜັກ, ກິລາໂກນບອນ ແລະ 7 ຫຼຽນທອງ ຈາກລອຍນໍ້າ 2 ຫຼຽນ ສ່ວນອີກ 5 ຫຼຽນ ເຕະບານ, ບານບ້ວງລໍ້ເລື່ອນ, ໂກນບານ, ລອຍນໍ້າ ແລະ ຍົກນໍ້າໜັກ ຂະນະທີ່ຜົນງານຫຼ້າສຸດຂອງທັບນັກກິລາຄົນພິການລາວ ໃນການເຂົ້າຮ່ວມ ງານມະຫາກຳກິລາ ອາຊຽນພຣາລາ ເກມ ຄັ້ງທີ 8 ທີ່ປະເທດສິງກະໂປ ປີ 2015 ຜ່ານມາ ລາວ ສົ່ງນັກກິລາເຂົ້າຮ່ວມຊີງໄຊ 5 ປະເພດກິລາ ຄື: ແລ່ນ-ລານ ຄົນພິການ, ລອຍນໍ້າ ຄົນພິການ, ຍົກນໍ້າໜັກ ຄົນພິການ, ໂກນບານ ຄົນພິການ ແລະ ບານບ້ວງລໍ້ເລື່ອນ ຄົນພິການ ຜົນງານສາມາດຍາດໄດ້ 5 ຫຼຽນ ຄື 2 ຫຼຽນເງິນ ແລະ 3 ຫຼຽນທອງ ສໍາລັບ 2 ຫຼຽນເງິນໄດ້ຈາກ ຍົກນໍ້າໜັກ ແລະ ໂກນບານ ສ່ວນ 3 ຫຼຽນທອງ ໄດ້ຈາກ ຍົກນໍ້າໜັກ 2 ຫຼຽນ ແລະ ແລ່ນ-ລານ 1 ຫຼຽນ.

 

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *