ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ຄະນະກໍາມະການໂອແລມປິແຫ່ງຊາດ ຫວຽດນາມ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກາກົນຄົບຮອບ 122 ປີ

ຄະນະກຳມະການໂອແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ຄະນະກໍາມະການໂອແລມປິແຫ່ງຊາດ ຫວຽດນາມ ຈັດກິດຈະກຳສະເຫຼີມສະຫຼອງວັນໂອແລມປິກສາກາກົນຄົບຮອບ 122 ປີ

ຄະນະກໍາມະການໂອແລມປິກແຫ່ງຊາດ (ຄອຊ) 3 ຊາດ ຄື: ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຈັດກິດຈະກຳແລ່ນ-ຍ່າງ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນໂອ ແລມປິກສາກົນ ຄົບຮອບ 122 ປີ ໃຫ້ມີບັນຍາກາດຄຶກຄື້ນ ແລະມ່ວນຊື່ນ ທີ່ມີອຸດົມການເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊາດຂອງໂລກ, ທັງເປັນການສົ່ງເສີມການຮ່ວມມືປະຊາ ຄົມເສດຖະກິດອາຊຽນ. 

  ການຈັດກິດຈະກຳແລ່ນ-ຍ່າງດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 26 ມິຖຸນາ ຜ່ານມາ ທີ່ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍ-ຊຽງຂອງ) ທີ່ແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ພົນຕີ ຈາຣຶກ ອາຣີຣາຊະກາຣັນ  ປະທານຄະນະກຳມະການໂອແລມປິກແຫ່ງຊາດໄທ ແລະ ທ່ານ ລີ ດຶກ ຕູ ຕາງໜ້າຄະນະບໍລິຫານງານໂອແລມປິກຊາດຫວຽດນາມ ພ້ອມດ້ວຍບັນດາຮອງເຈົ້າແຂວງບໍ່ແກ້ວ, ແຂວງຊຽງຣາຍ, ບັນດາແຂກທີ່ຖືກເຊີນ ຕະຫຼອດຮອດບັນດານັກກິລາແລ່ນ-ຍ່າງທັງ 3 ຊາດ ເຂົ້າຮ່ວມ     ຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ກ່າວໃຫ້ຮູ້ວ່າ: ຄະນະກຳມະການໂອແລມປິກແຫ່ງ ຊາດລາວ, ໄທ ແລະ ຫວຽດນາມ, ໄດ້ມີການຕົກລົງເອກະພາບໃຫ້ແຂວງບໍ່ແກ້ວ ໄດ້ຮັບເປັນເຈົ້າພາບຮ່ວມ ເພື່ອສະຫຼອງວັນດັ່ງກ່າວ ດ້ວຍການຈັດກິດຈະກຳກິລາແລ່ນ-ຍ່າງ ຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ໃນປີນີ້, ເຊິ່ງກິດຈະກໍາດັ່ງກ່າວ ຈະເປັນການສ້າງສາຍສຳພັນຄວາມເຂົ້າໃຈເລິກເຊິ່ງ ຂອງປະຊາຊົນ 2 ຝັ່ງຂອງ ໂດຍສະເພາະປະຊາຊົນຊາວແຂວງບໍ່ແກ້ວ-ຊຽງຣາຍຍິ່ງຂຶ້ນ. ພ້ອມນີ້, ກໍ່ຍັງຈະເປັນການ ຊຸກຍູ້ການທ່ອງທ່ຽວ, ການບໍລິການທີ່ດີໃນຕໍ່ໜ້າ ແລະ ຫວັງວ່າກິດຈະກຳວັນໂອແລມປິກຄັ້ງນີ້ ຈະເປັນນິມິດໝາຍອັນດີສົ່ງເສີມການພັດທະນາແຂວງບໍ່ແກ້ວ ໃນຫຼາຍດ້ານ ເປັນຕົ້ນແມ່ນດ້ານສັງຄົມ, ວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວ.

ຂະນະດຽວກັນ, ທ່ານ ບົວລານ ສິລິປັນຍາ ກ່າວໃຫ້ຮູ້ກ່ຽວກັບການຈັດກິດຈະກຳແລ່ນ-ຍ່າງ ຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນໂອແລມປິກສາກົນ ຄົບຮອບ 122 ປີ (23 ມິຖຸນາ 1894-23 ມິຖຸນາ 2016), ເຊິ່ງເປັນຄັ້ງທີ 5 ທີ່ໄດ້ຈັດກິດຈະກໍາມາ ໂດຍກິດຈະກໍາດັ່ງກ່າວ ເປັນກິດຈະກໍາກິລາ ເພື່ອປະກອບສ່ວນສະຫຼອງວັນສໍາຄັນຂອງຂະບວນການໂອແລມປິກສາກົນ ທີ່ມີອຸດົມການເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊາດຂອງໂລກ ແລະ ການຈັດກິດຈະກໍາຄັ້ງນີ້ ແມ່ນເປັນການຮ່ວມມືລະຫວ່າງຄະນະກໍາມະການໂອແລມປິກແຫ່ງຊາດລາວ, ໄທ ແລະ ຫວຽດນາມ ໂດຍການເຫັນດີເອກະພາບກັນລະຫວ່າງຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ຄະນະກຳມະການໂອແລມປິກແຫ່ງຊາດໄທ ຈຶ່ງໄດ້ສະເໜີເອົາການສະຫຼອງວັນດັ່ງກ່າວ ໄດ້ມາຈັດກິດ ຈະກໍາ ແລ່ນ-ຍ່າງ ຂ້າມຂົວມິດຕະພາບແຫ່ງທີ 4 ລະຫວ່າງເມືອງຫ້ວຍຊາຍແຂວງບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງລາຍ.

ນອກຈາກນັ້ນ, ຍັງເປັນການສົ່ງເສີມການຮ່ວມມື, ຄວາມເຂົ້າໃຈຂອງ ປະຊາຊົນ 2 ຝັ່ງ ຂອງແຂວງບໍ່ແກ້ວ-ແຂວງຊຽງຣາຍແລ້ວ ຍັງເປັນການສົ່ງເສີມສາຍ ສໍາພັນທີ່ດີເຮັດ ໃຫ້ຂົວແຫ່ງທີ 4 ນີ້ ເປັນຂົວແຫ່ງມິດຕະພາບການຮ່ວມມືທີ່ດີຂອງປະຊາຊົນ 2 ຝັ່ງຂອງລາວ-ໄທ ໄດ້ເຊື່ອມໂຍງໄປສູ່ນາໆຊາດ ແລະ ເຊື່ອໝັ້ນວ່າການຈັດກິດຈະກໍາຄັ້ງນີ້ ຈະເປັນການຊຸກຍູ້ສົ່ງເສີມວຽກ ງານທ່ອງທ່ຽວການຮ່ວມມືເຊິ່ງກັນແລະ ກນຕື່ມອີກ. ພ້ອມດຽວກັນນັ້ນ, ຍັງໄດ້ເຮັດໃຫ້ບັນດານັກແລ່ນ-ຍ່າງ ຈາກ 3 ປະເທດ ໄດ້ມີໂອກາດມາພົບປະແລກປ່ຽນປະສົບການ, ວັດທະນະທໍາຂອງ 2 ແຂວງ, 2 ເມືອງ (ຫ້ວຍຊາຍ-ຊຽງຂອງ), ເຊິ່ງເສັ້ນທາງເຊື່ອມໂຍງອັນສໍາຄັນຂອງອາຊຽນກັບ ສປ ຈີນ.

ສໍາລັບການຈັດກິດຈະກຳຍ່າງ-ແລ່ນ ວັນໂອແລມປິກຄັ້ງນີ້ ແມ່ນເລີ່ມເວລາ 05:30-09:00 ໂມງເຊົ້າ, ເຊິ່ງໃຊ້ໄລຍະທາງ 10 ກິໂລແມັດ.

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *