ກອງປະຊຸມສາມັນ ຄົບຄະນະບໍລິຫານງານ ຄອລ 6 ເດືອນຕົ້ນປີ 2015

ກອງປະຊຸມສາມັນຄົບຄະນະບໍລິຫານງານຄອ 6 ເດືອນຕົ້ນປີ 2015

      ກອງປະຊຸມສາມັນຄົບຄະນະບໍລິຫານງານຄະນະກຳການໂອແລມປິກລາວ (ຄອ) ໄດ້ໄຂຂື້ນທີ່ຫ້ອງປະຊຸມຄອຂອງວັນທີ 9/09 2015 ໂດຍພາໄຕ້ການເປັນປະທານທ່ານພັນຄຳວິພາວັນຮອງນາຍົກລັດຖະມົນຕີ, ລັຖະມົນຕີວ່າການກະຊວງສຶກສາທິການແລະກິລາປະທານຄະນະກຳມະການໂອແລມປິກແຫ່ຊາດລາວ, ມີຄະນະບໍລິຫານງານໂອແລມປິແຫ່ງຊາດລາວພ້ອມດ້ວຍຜູ້ບໍລິຫານງານສະຫະພັນກິລາແຫ່ງາດແຕ່ລະປະເພດເຂົ້ຮ່ວມລວມທັງໝົດ 36 ສະຫະພັນໃນກອງປະຊຸມຄັ້ງນີ້ຄະນະບໍລິຫານງານຄອໄດ້ຮັບຟັງການລາງານຕ່າງໆໃນ 6 ເດືອນຕົ້ນປີ 2015 ມີລາຍລະອຽດດັ່ງນີ້

  • ທ່ານສົມພູພົງສາຜູ້ຊ່ວຍລັດຖະມົນຕີ, ຮອງປະທານເລຂາທິການຄອໄດ້ຂື້ນລາຍງານການເຄື່ອນໄຫວໃນໄລຍະ 06 ເດືອນຕົ້ນປີ 2015 ແລະວາງແຜນຫົກເດືອນທ້າຍປີ.
  • ທ່ານກະເສມອິນທະລາຮອງເລຂາທິການຄອຫົວໜ້າກຳມາທິການພົວພັນຮ່ວມມືສາກົນລາຍງານຮ່ວມມືກັບ, ໂອແລມປິກສາກົນ, ສະພາໂອແລມປິອາຊີແລະການພົວພັນຕ່າງໆກັບປະເທດສະມາຊິກໂອແລມປິກ.
  • ທ່ານແສງພອນພົນອາມາດຮອງເລຂາທິການຄອກຳມະການນັກກິລາລາຍງານຜົນການເຂົ້າວ່ມຊີເກມຄັ້ງທີ 28 ແລະກະຽມນັກກິລາເຂົ້າຮ່ວມເອຊຽນເກມ, ກິລາເອຊຽນເກມຫາດຊາຍແລະໂອແລມປິກຊາວໜຸ່ມ.
  • ທ່ານສີທາດຈັນທະບູລີລາຍງານຂະບວການກິລາມວນຊົນ, ວັນໂອແລມປິກ.
  • ທ່ານ. ອາລົງກອນເພັງສະຫວັນຮອງຫົວໜ້ກຳມະທິການແພດກິລາລາຍງານວຽກງານການແພດຂອງໂອແລມປິກ.
  • ທ່ານພູວັນວົງສຸທິກຳມາທິການການເງິນ, ນາຍຄັງຄອລາຍງານຖານະການກວດກາການເງີນຂອງຄອ 6 ເດືອນຕົ້ປີ 2015 

    ຫຼັງຈາກສຳເລັດການລາຍງານການເຄື່ອນໄຫວຕ່າງໆຂອງຄະນະບໍລິຫານງານຄອໃນກອງປະຊຸມກໍໄດ້ເປີດໂອກາດໃຫ້ຄະນະບໍລິຫານງານປະກອບຄວາມຄິດເຫັນແລະແລກປ່ຽນບົດຮຽນເພື່ອຊອກຫາວິທິທາງແກ້ໃນບາງຈຸດທີ່ຍັງຄົງຄ້າງແລະຕ້ອງໄດ້ຮັບການແກ້ໄຂເພື່ອເຮັດໃຫ້ຂະບວນການກິລາວມີຄວາມເຂັ້ແຂງແລະກ້າວສູ່ເວທິສາກົນໃນຕໍ່ໜ້າ.

ກອງປະຊຸມສາມັນຄົບຄະນະບໍລິຫານງານຄອ 6 ເດືອນຕົ້ນປີ 2015

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *