ກອງປະຊຸມວິສາມັນຄົບຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ປະຈຳປີ 2016

 

    ກອງປະ­ຊຸມວິ­ສາ­ມັນຄົບຄະ­ນະບໍ­ລິ­ຫານງານຄະ­ນະກຳ­ມະ­ການໂອແລມປິກແຫ່ງຊາດລາວ (ຄອລ) ປະ­ຈຳປີ 2016 ໄດ້ໄຂຂື້ນໃນຕອນເຊົ້າວັນທີ 27 ຕຸລາຜ່ານມາ ທີ່ຫ້ອງການ ຄອລ (ຂ້າງສະໜາມກິລາເຈົ້າອານຸວົງ) ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມວິສາມັນຂອງຄະນະບໍລິຫານງານຄອລ ເພື່ອປະກາດຄະນະບໍລິຫານງານ ຄອລ ຊຸດໃໝ່ ແລະ  ພິທີເປີດຕົວກອງທຶນສົ່ງເສີມກິລາລາວ ສູ່ໂອແລມປິກສາກົນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ທັງເປັນປະທານ ຄອລ ຄົນໃໝ່, ມີ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງ ສສກ,ອະດີດຮັກສາການປະທານ ຄອລ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນກິລາແຫ່ງຊາດ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ

 

      ໃນໂອກາດນີ້, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ແລະເລຂາທິການ ຄອລໄດ້ຜ່ານບົດລາຍງານຜົນສຳເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດການສົ່ງເສີມພັດທະນາວົງການກິລາລາວພ້ອມທັງມີການຂະຫຍາຍຕົວອອກຢ່າງກວ້າງຂວາງ ແລະ ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ ໃນການເຂົ້າຮ່ວມແຂ່ງຂັນກິລາໃນຂົງເຂດອາຊຽນ ແລະເອເຊຍ ຄຽງຄູ່ກັບການສ້າງບຸຄະລາກອນຈາກທ້ອງຖິ່ນ ກ້າວສູ່ລະດັບຊາດ ແລະ ສາກົນ. ຫຼັງຈາກນັ້ນ, ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ກໍ່ໄດ້ສະແດງຄວາມຮູ້ສຶກພາກພູມໃຈທີ່ໄດ້ຮັບການແຕ່ງຕັ້ງໃຫ້ຮັບໜ້າທີ່ການເປັນປະທານຄະນະບໍລິຫານງານ ຄອລ ຄົນໃໝ່ຂໍໃຫ້ເຊື່ອໝັ້ນວ່າ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາກິລາລາວ ກ້າວສູ່ໂອແລມປິກສາກົນ ນັ້ນ ຕົນເອງຈະທຸ້ມເທສຸດຄວາມສາມາດທັງເຫື່ອແຮງ ແລະ ສະຕິປັນຍາ ເພື່ອສຸມໃສ່ສົ່ງເສີມການພັດທະນາກິລາລາວໃຫ້ບັນລຸເປົ້າໝາຍຢ່າງມີຄຸນະພາບແລະມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນກວ່າເກົ່າ ເພື່ອເສີມສ້າງໃຫ້ນັກກິລາມີປະສົບການທີ່ດີເລີດກ້າວສູ່ຜົນສຳເລັດໃນການເຂົ້າຮ່ວມງານມະຫາກຳກິລາໂອແລມປິກສາກົນໃນຕໍ່ໜ້າ. ຄຽງຄູ່ກັນນັ້ນ, ກໍ່ຈະເຕົ້າໂຮມເອົາຜູ້ທີ່ມີຄວາມເສຍສະຫຼະສູງ ເພື່ອພ້ອມກັນຈັດຕັ້ງກອງທຶນ ທີ່ຈະຊ່ວຍເປັນໄມ້ງັດອັນສຳຄັນທີ່ສຸດເຮັດໃຫ້ການເຄື່ອນໄຫວຂະບວນກິລາໂອແລມປິກຂອງລາວ ໄດ້ມີບາດກ້າວໃໝ່ທີ່ມີການພັດທະນາດີຍິ່ງຂຶ້ນແນວໃດກໍ່ຕາມ,ຮຽກຮ້ອງໃຫ້ຄະນະບໍລິຫານງານ ຄອລ ຊຸດໃໝ່ ທົບທວນຄືນກ່ຽວກັບແຜນວຽກ, ແຜນງານແລະແຜນການຕ່າງໆໃຫ້ມີຄວາມຊັດເຈນໂປ່ງໃສ ສອດຄ່ອງກັບການພັດທະນາການສຶກສາ ແລະ ກິລາ ໃຫ້ບັນລຸເປົ້າໝາຍກັບແຜນງານຕ່າງໆ ໂດຍສະເພາະແຜນພັດທະນາກິລາລາວ ແຕ່ນີ້ຮອດປີ 2020 ໃຫ້ປາກົດຜົນເປັນຈິງ.

       ສຳລັບການສ້າງຕັ້ງກອງທຶນສົ່ງເສີມກິລາລາວ ກ້າວສູ່ແລມປິກສາກົນນັ້ນ ກໍ່ໄດ້ມີຫຼາຍພາກສ່ວນ ແຈ້ງເຈດຈຳນົງໃຫ້ການສະໜັບສະໜູນກອງທຶນດັ່ງກ່າວ ດ້ວຍການມອບເງິນສົ່ງເສີມພັດທະນາວົງການກິລາລາວ ລວມມູນຄ່າ 1,6 ຕື້ກວ່າກີບ, ໃນນັ້ນກໍ່ໄດ້ມີຄອບຄົວຂອງ ທ່ານ ສີສະຫວາດ ທິຣາວົງ ຊຸກຍູ້ 200 ລ້ານກີບ ແລະ ທະນາຄານ ເອັສທີ ຫຼື ເອັສທີ ແບ໊ງ 200 ລ້ານກີບເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະການສະໜັບສະໜູນດັ່ງກ່າວ ທາງລັດຖະບານ ກໍ່ຄື ກະຊວງ ສສກ ກໍ່ໄດ້ມອບໃບສົມມະນາບຸນຄຸນໃຫ້ແຕ່ລະພາກສ່ວນທີ່ໃຫ້ການອຸປະຖຳ.

 

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *