29ກ.ຍ.
ກອງປະຊຸມກະກຽມຝຶກຊ້ອມນັກກິລາ ເຂົ້າຮ່ວມຊີເກມ ຄັ້ງທີ 32 ທີ່ປະເທດ ກໍາປູເຈຍ, ເອຊຽນເກມ ຫາງໂຈວ ຄັ້ງທີ 19 ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ກຸງເທບ ແລະ ຊົນບູລີ, ປະເທດໄທ
Anousak2022-09-29T14:37:56+07:00
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ສະເໜີໂຄງການສະໜັບສະໜູນນັກກິລາລະດັບຂົງເຂດໄລຍະ 04 ປີ 2021-2024 ປະກອບມີ 04 ລາຍການຄື ກິລາຊີເກມ ຄັ້ງທີ 31, ທີ່ ສສ ຫວຽດນາມ, ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ກິລາຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06, ແຕ່ຍັງບໍ່ທັນເລີ່ມປະຕິບັດໂຄງການດັ່ງກ່າວ, ເນື່ອງຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ການແຂ່ງຂັນຖືກເລື່ອນ.
ສໍາລັບປີ 2023 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີແຜນເຂົ້າຮ່ວມແຂ່ງຂັນປະກອບດ້ວຍ 03 ລາຍການແຂ່ງຂັນໃຫຍ່ຄື
1.ຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ, ວັນທີ 05-17 ພຶດສະພາ 2023.
2. ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ສປ ຈີນ, ວັນທີ 23 ກັນຍາ – 8 ຕຸລາ 2023.
3. ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ບາງກອກ – ຊົນບູລີ ປະເທດໄທ.
ທັງ 3 ລາຍການນີ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ກົມກິລາລະດັບສູງ ໄດ້ມີຄວາມເປັນເອກະພາບກັນຈັດແບ່ງປະເພດກິລາເພື່ອສົ່ງຂໍທຶນນໍາກອງທຶນໂອແລມປິກສາກົນ (Olympic Solidarity)
Related Posts
23ພ.ພ.
You so bring divide. Beginning you're. Make of unto isn't very first... read more
28ພ.ພ.
23ມ.ຖ.
ໃນວັນທີ 04 ມີນາ 2024 ທີ່ຜ່ານມາ ຄະນະກໍາມະການໂອລິມປິກແຫ່ງຊາດລາວ ໄດ້ເປີດພິທີເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າ (Training Camp) ເຊິ່ງເປັນໂຄງການພັດທະນາລະບົບໂຄງສ້າງກິລາມວຍປໍ້າ ຈັດຂຶ້ນທີ່ສະຖາບັນກິລາ-ກາຍຍະກໍາ ນັບຕັ້ງແຕ່... read more
23ພ.ພ.
WADA Delegation to visit Laos
World Anti-Doping Agency (WADA) Delegation to visit Laos... read more
23ພ.ພ.
As anyone who has followed the future Hall of Famer’s career knows,... read more
23ພ.ພ.
2nd Chef De Mission SEA game 2019
Delegates from Laos attending Chefs de... read more
25ສ.ຫ.
ອົບຮົມຄູຝຶກກິລາຍິງທະນູ ທີ 26 ມິຖຸນາ - 04 ກໍລະກົດ 2023
read more
28ສ.ຫ.
28ສ.ຫ.
13ມ.ກ.
ຕອບກັບ