29ກ.ຍ.
ກອງປະຊຸມກະກຽມຝຶກຊ້ອມນັກກິລາ ເຂົ້າຮ່ວມຊີເກມ ຄັ້ງທີ 32 ທີ່ປະເທດ ກໍາປູເຈຍ, ເອຊຽນເກມ ຫາງໂຈວ ຄັ້ງທີ 19 ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ກຸງເທບ ແລະ ຊົນບູລີ, ປະເທດໄທ
Anousak2022-09-29T14:37:56+07:00
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ສະເໜີໂຄງການສະໜັບສະໜູນນັກກິລາລະດັບຂົງເຂດໄລຍະ 04 ປີ 2021-2024 ປະກອບມີ 04 ລາຍການຄື ກິລາຊີເກມ ຄັ້ງທີ 31, ທີ່ ສສ ຫວຽດນາມ, ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ກິລາຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06, ແຕ່ຍັງບໍ່ທັນເລີ່ມປະຕິບັດໂຄງການດັ່ງກ່າວ, ເນື່ອງຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ການແຂ່ງຂັນຖືກເລື່ອນ.
ສໍາລັບປີ 2023 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີແຜນເຂົ້າຮ່ວມແຂ່ງຂັນປະກອບດ້ວຍ 03 ລາຍການແຂ່ງຂັນໃຫຍ່ຄື
1.ຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ, ວັນທີ 05-17 ພຶດສະພາ 2023.
2. ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ສປ ຈີນ, ວັນທີ 23 ກັນຍາ – 8 ຕຸລາ 2023.
3. ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ບາງກອກ – ຊົນບູລີ ປະເທດໄທ.
ທັງ 3 ລາຍການນີ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ກົມກິລາລະດັບສູງ ໄດ້ມີຄວາມເປັນເອກະພາບກັນຈັດແບ່ງປະເພດກິລາເພື່ອສົ່ງຂໍທຶນນໍາກອງທຶນໂອແລມປິກສາກົນ (Olympic Solidarity)
Related Posts
11ພ.ຈ.
08ພ.ພ.
11ທ.ວ.
30ກ.ຍ.
07ກ.ຍ.
ຜູ້ບໍລິຫານການກິລາທົ່ວແຂວງສະຫວັນນະເຂດໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດໃນດ້ານການຊີ້ນຳ-ນຳພາ, ພາລະບົດບາດ ແລະ ຄວາມໝາຍຄວາມສຳຄັນຂອງກິລາຕໍ່ກັບສັງຄົມແລະ ແຜນພັດທະນາວຽກງານກິລາ ໃນຂັ້ນຕໍ່ໄປ ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ ເທື່ອລະກ້າວ ພ້ອມທັງສ້າງໄດ້ນັກກິລາເປັນຕົວແທນຂອງແຂວງເຂົ້າຮ່ວມງານລະດັບຊາດ... read more
23ພ.ພ.
hef de mission meeting for XXVII SEA Games in Nay Pyi Taw,... read more
15ກ.ກ.
23ພ.ພ.
National Olympic Committee of Laos administrator officers visited the 301 Military Telecom... read more
23ມ.ຖ.
ໃນວັນທີ 04 ມີນາ 2024 ທີ່ຜ່ານມາ ຄະນະກໍາມະການໂອລິມປິກແຫ່ງຊາດລາວ ໄດ້ເປີດພິທີເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າ (Training Camp) ເຊິ່ງເປັນໂຄງການພັດທະນາລະບົບໂຄງສ້າງກິລາມວຍປໍ້າ ຈັດຂຶ້ນທີ່ສະຖາບັນກິລາ-ກາຍຍະກໍາ ນັບຕັ້ງແຕ່... read more
29ກ.ຍ.
ອົງການປົກຄອງນະຄອນຫຼວງ ຮ່ວມກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມອບເງິນປະກອບສ່ວນໃຫ້ເມືອງໂຂງ ກະກຽມພິທີສະເຫຼີມສະຫຼອງວັນໂອແລມປິກແຫ່ງຊາດລາວ ຄົບຮອບ 45 ປີ ຈຳນວນເງິນ 150,000,000 ກີບ ທີ່... read more
ຕອບກັບ