ຂ່າວໃໝ່ລ່າສຸດ
ເດືອນກັນຍາ 22, 2017
ທັບນັກກິລາຄົນພິການລາວ ອອກເດີນທາງຢ່າງເປັນທາງການ ຮ່ວມອາຊຽນພາລາ ເກມ 2017.
ເດືອນກັນຍາ 25, 2015
ກອງປະຊຸມສາມັນ ຄົບຄະນະບໍລິຫານງານ ຄອລ 6 ເດືອນຕົ້ນປີ 2015
ເດືອນກັນຍາ 7, 2015

ກອງປະຊຸມໃຫຍ່ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII (2022-2026) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 03 ກັນຍາ 2026, ທີ່ຫ້ອງປະຊຸມໂຮງແຮມແລນມາກ, ພາຍໃຕ້ ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ໂດຍມີທ່ານປະທານກິດຕິມະສັກ ຄອລ ຕະຫຼອດການ, ອາດີດປະທານ ຄອລ, ຄະນະທີ່ປຶກສາ, ບັນດາທ່ານຮອງປະທານ, ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ມີຫົວໜ້າຫ້ອງການ, ທ່ານຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ຮອງຫົວໜ້າກົມຈາກກະຊວງສຶກສາທິການ ແລະ ກິລາ, ບັນດາ ກໍາມະການ, ກໍາມາທິການກິລາຂອງ ຄອລ, ປະທານ ແລະ ເລຂາທິການສະຫະພັນກິລາແຫ່ງຊາດ ເຂົ້າຮ່ວມທັງໝົດ 147 ທ່ານ, ຍິງ 40 ທ່ານ. ກອງປະຊຸມໄດ້ຮັບຟັງ ແລະ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວຄະນະກໍາມະການໂອແລມປິກແຫ່ງຊາດລາວ 04 […]

ການອົບຮົມດັ່ງກ່າວ ໄດ້ມີການຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ໂພໄຊ ວົງຄໍາຊາວ, ຮອງພະແນກສຶກສາທິກາານ ແລະ ກິລາ ແຂວງຈໍາປາສັກ, ຕາງໜ້າຈາກ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍ ທ່ານ ສົມພູ ພົງສາ, ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ພູວັນ ວົງສຸທິ, ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ເປັນຜູ້ບັນຍາຍໃນການນໍາສະເໜີບົດຮຽນ. ການອົບຮົມໃນຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ ທັງຫມົດ 24 ທ່ານ ຈາກໂຕແທນຂອງບັນດາສະຫະພັນກິລາມີ 18 ສະຫະພັນ ແລະ ຈາກ 6 ຕົວເມືອງພາຍໃນແຂວງ (ແມ່ຍິງ 4 ທ່ານ ແລະ ອີກ 2 ທ່ານຈາກ ພາກສ່ວນ ສັນຕິບານປະຊາຊົນເລກ 02 ມີຄວາມສົນໃຈຂໍເຂົ້າຮ່ວມການອົບຮົມອີກດ້ວຍ) ເຊິ່ງແຕ່ລະຫົວຂໍ້ຂອງບົດຮຽນແມ່ນ ສຸມໃສ່ການກະກຽມການເປັນເຈົ້າພາບກິລາ, ການກະກຽມເຂົ້າຮ່ວມການແຂ່ງຂັນ, ວຽກງານພິທີການ, ການຊອກຫາຜູ້ອຸປະຖໍາ, ຮູບແບບການພັດທະນານັກກິລາ ເປັນຕົ້ນ. […]

ການເຂົ້າຮ່ວມແຂ່ງຂັນກິລາ ເອຊຽນເກມຫາດຊາຍ ຄັ້ງທີ 6, ຈັດຂື້ນທີ່ເມືອງ ຊານຢາ, ປະເທດ ຈີນ ເປັນເຈົ້າພາບ ໃນລະຫວ່າງວັນທີ 22 – 30 ເມສາ 2026, ເຊິ່ງປະເທດລາວໄດ້ສົ່ງ 3 ປະເພດກິລາເຂົ້າຮ່ວມການແຂ່ງຂັນໃນງານນີ້ ຄື: 1. ບານສົ່ງຫາດຊາຍ (ແຂ່ງຂັນ 23 – 29) 2. ຈູຈິດຊຸ (ແຂ່ງຂັນ 23 – 24 ເມສາ) 3. ເທັກບອລ (ແຂ່ງຂັນ 24 – 27 ເມສາ)
