ກອງປະຊຸມ 6 ເດືອນຕົ້ນປີ 2025 ຂອງຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມດັ່ງກ່າວໄດ້ລາຍງານຜົນສໍາເລັດການເຄື່ອນໄຫວ 6 ເດືອນຕົ້ນປີ 2025 ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2025

ລາຍງານແຜນໂດຍຫຍໍ້:

1️⃣ ວຽກງານຮ່ວມມືກິລາສາກົນ: ໄດ້ປະສານກອງທຶນໂອລິມປິກສາກົນ ຂໍທຶນຝຶກແອບນັກກິລາກະກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນກິລາ ເອຊຽນເກມຊາວໜຸ່ມຄັ້ງທີ 3 Asian Youth Game 2025 ທີ່ ປະເທດ ບາເຣນ ​(Bahrain), ງານມະຫາກໍາກິລາຊີເກມ ຄັ້ງທີ 33 ທີ່ ຣາຊະອານາຈັກ ໄທ ແລະ ງານ 33rd Olympic Games ທີ່ Los Angeles, America ປີ 2028

2️⃣ໄດ້ປະສານກອງທຶນໂອລິມປິກສາກົນ ຂໍທຶນເພື່ອຈັດຝຶກອົບຮົມຄູຝຶກກິລາ ຄາຣາເຕໂດ້, ບານສົ່ງ, ເທັນນີສ ແລະ ດອກປີກໄກ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະສານຂໍຊ່ຽວຊານສາກົນ ໃນການຈັດຕາຕະລາງຝຶກອົບຮົມຂອງໂຄງການຕ່າງໆ ທີ່ໄດ້ກໍານົດໃນແຜນງານ

3️⃣ວຽກງານສົ່ງເສີມບຸກຄະລາກອນ: ໄດ້ສົ່ງຄູຝຶກກິລາລອຍນໍ້າ ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ ວິທະຍາສາດການກິລາ ທີ່ປະເທດ ຮົງກາຣີ

4️⃣ໄດ້ສົ່ງຄະນະຕາງໜ້າໂອລິມປ້ຽນ ເຂົ້າຮ່ວມສໍາມະນາທູດໂອລິມປິກຊາວໜຸ່ມທີ່ປະເທດ ເກຣັກ (Greece)

5️⃣ສໍາເລັດການຈັດຝຶກອົບຮົມຜູ້ບໍລິຫານກິລາ ສົ່ງເສີມຄວາມຮູ້ໃຫ້ແກ່ບຸກຄະລາກອນກິລາທີ່ ນະຄອນຫຼວງວຽງຈັນ ແລະ ແຂວງເຊກອງ (ແລະ ແຂວງຫຼວງນໍ້າທາ ໃນເດືອນ ສິງຫາ)

Share this post

ຕອບກັບ

ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນຕ້ອງປ້ອນຂໍ້ມູນຖືກໝາຍດ້ວຍ *