ຄະນະກໍາມະການໂອແລມປິກແຫ່ງຊາດລາວໄດ້ເຂົ້າຮ່ວມກອງປະຊຸມສະພາສະຫະພັນກິລາຊີເກມຄັ້ງທີ 2, ໃນລະຫວ່າງວັນທີ 15 – 18 ກໍລະກົດ 2026 ທີ່ໂຮງແຮມຊັນເວ ຣີສອດ, ປະເທດມາເລຍ
ໃນກອງປະຊຸມສະພາສະຫະພັນກິລາຊີເກມຄັ້ງທີ 2, ເຈົ້າໜ້າທີ່ໄດ້ສະຫຼຸບລາຍການກິລາສໍາລັບການແຂ່ງຂັນກິລາຊີເກມປີ 2027. ໂດຍສະພາໄດ້ອະນຸມັດເພີ່ມກິລາໃໝ່ອີກ 5 ຊະນິດ ເຮັດໃຫ້ຈໍານວນກິລາທັງໝົດເພີ່ມຂຶ້ນເປັນ 43 ຊະນິດ. ຊະນິດກິລາທີ່ໄດ້ຮັບການອະນຸມັດໃໝ່ມີຄື: 1. ກິລາເຕັ້ນ 2. ຮ໊ອກກີ້ນໍາແຂງ 3. ຄາບັດດີ້ (ຖ້າສົມທຽບກິລາຂອງລາວເຮົາ ຄ້າຍຄືຫຼິ້ນໝາກໄລ່ຕ້ອຍເຂັມ ຫຼື ບ່າຈິລຸ້ນ ຕອນສະໄໝຍັງເປັນເດັກນ້ອຍ) 4. ພາເດລ 5. ເທັກບອລ ການຕັດສິນໃຈດັ່ງກ່າວ ໄດ້ເກີດຂື້ນໃນລະຫວ່າງກອງປະຊຸມສະພາຊີເກມອາຊີ ຄັ້ງທີ 2 ສໍາລັບວາລະປີ 2025 - 2027 ທີ່ໂຮງແຮມຊັນເວຍ໌ ຣີສອດ ເປັນການສີ້ນສຸດດໍາເນີນການອະນຸມັດລາຍການກິລາ ກ່ອນທີ່ມາເລເຊຍຈະເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມ
