ຜູ້ບໍລິຫານກິລາ ທົ່ວແຂວງສະຫວັນນະເຂດ ຮັບການຍົກລະດັບຄວາມສາມາດ ດ້ານການຊີ້ນຳ-ນຳພາ

 

ຜູ້ບໍລິຫານການກິລາທົ່ວແຂວງສະຫວັນນະເຂດໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດໃນດ້ານການຊີ້ນຳ-ນຳພາ, ພາລະບົດບາດ ແລະ ຄວາມໝາຍຄວາມສຳຄັນຂອງກິລາຕໍ່ກັບສັງຄົມແລະ ແຜນພັດທະນາວຽກງານກິລາ ໃນຂັ້ນຕໍ່ໄປ ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ ເທື່ອລະກ້າວ ພ້ອມທັງສ້າງໄດ້ນັກກິລາເປັນຕົວແທນຂອງແຂວງເຂົ້າຮ່ວມງານລະດັບຊາດ ແລະ ພາກພື້ນໃນອະນາຄົດ. 

 ກອງປະຊຸມເຝິກອົບຮົມຜູ້ບໍລິຫານການກິລາທົ່ວແຂວງສະຫວັນະເຂດໄດ້ໄຂຂື້ນ ທີ່ເຂດ (ຫຼັກ 4), ໂດຍພາຍໃຕ້ການເປັນປະທານຂອງ ທ່ານສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານ ແລະເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດ, ມີທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍບັນດາຄະນະຫ້ອງການສຶກສາທິການ ແລະ ກິລາ 15 ເມືອງ, ຫົວໜ້າຂະແໜງ, ຮອງຂະແໜງ, ພະນັກງານ, ຄູ-ອາຈານ ທີ່ມາຈາກມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງຮຽນອ້ອມຂ້າງເຂົ້າຮ່ວມ.

      ໃນໂອກາດນີ້, ທ່ານ ຖາວອນ ອິນສີຊຽງໃໝ່ ກ່າວໃນພິທີເປີດວ່າ: ການເຝິກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ໃນດ້ານການຊີ້ນຳ-ນຳພາ, ພາລະບົດບາດສຳຄັນໃນການປົກຄອງ ແລະ ການເຄື່ອນໄຫວກິລາຕ່າງໆ ພາຍໃນເມືອງ, ມະຫາວິທະຍາໄລ, ວິທະຍາໄລ ແລະ ໂຮງ ຮຽນອອມຂ້າງແຂວງ ໃຫ້ໄດ້ຮັບການພັດທະນາດີຂຶ້ນ. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງແຜນການເຄື່ອນໄຫວດ້ານວຽກງານກິລາ-ກາຍະກຳຂອງແຂວງ ທີ່ຈະມີຂຶ້ນໃນຕົ້ນປີ 2016ນີ້ ໂດຍສະເພາະແມ່ນງານກິລານັກຮຽນມັດທະຍົມທົ່ວແຂວງ ທີ່ຈະຈັດຂຶ້ນຢູ່ເມືອງອຸທຸມພອນ ເພື່ອເປັນການກະກຽມໃຫ້ແກ່ນັກກິລາຂອງແຂວງ ມີຄວາມຮູ້ຄວາມສາມາດ, ມີທັກສະໃນດ້ານກິລາ ເພື່ອກ້າວໄປສູ້ນັກກິລາທີມຊາດ ໃນອະນາຄົດ. ຄຽງຄູ່ກັນນີ້, ຍັງເປັນຄັດເລືອກນັກກິລາທີ່ມີຄວາມສາມາດ, ພອນສະຫວັນ ແລະ ພອນສະແຫວງ ເພື່ອເປັນຕົວແທນຂອງແຂວງເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 6 ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ ໃນຕົ້ນປີ 2017 ນີ້.

      ໃນກອງປະຊຸມດັ່ງກ່າວ, ສຳມະນາກອນທີ່ເຂົ້າຮ່ວມ ຈະໄດ້ເຝິກອົບຮົມກ່ຽວກັບບົດບາດສຳຄັນຂອງອົງການກິລາຕ່າງໆໃນການປົກຄອງ ແລະ ເຄື່ອນໄຫວ, ການວາງແຜນຍຸດທະສາດການກິລາ-ກາຍະກຳ, ການພັດທະນານັກວິຊາການ, ຄູເຝິກ ແລະ ພາວະການເປັນຜູ້ນຳນັກກິລາ. ພ້ອມນັ້ນ, ກໍ່ຈະໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບວິທະຍາສາດການກິລາ ແລະ ບັນຫາອື່ນໆ ທີ່ສຳຄັນໃນການພັດທະນາວົງການກິລາຂອງແຂວງກໍ່ຄືຂອງຊາດ ໃນອະນາຄົດ. ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 11-13 ສິງຫາ 2015.

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *