ການອົບຮົມຜູ້ບໍລິຫານກິລາແຂວງຈໍາປາສັກ ໃນລະຫວ່າງວັນທີ 26-28 ພຶດສະພາ 2026

ການອົບຮົມດັ່ງກ່າວ ໄດ້ມີການຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ໂພໄຊ ວົງຄໍາຊາວ, ຮອງພະແນກສຶກສາທິກາານ ແລະ ກິລາ ແຂວງຈໍາປາສັກ, ຕາງໜ້າຈາກ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໂດຍ ທ່ານ ສົມພູ ພົງສາ, ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ພູວັນ ວົງສຸທິ, ຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ເປັນຜູ້ບັນຍາຍໃນການນໍາສະເໜີບົດຮຽນ. ການອົບຮົມໃນຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ ທັງຫມົດ 24 ທ່ານ ຈາກໂຕແທນຂອງບັນດາສະຫະພັນກິລາມີ 18 ສະຫະພັນ ແລະ ຈາກ 6 ຕົວເມືອງພາຍໃນແຂວງ (ແມ່ຍິງ 4 ທ່ານ ແລະ ອີກ 2 ທ່ານຈາກ ພາກສ່ວນ ສັນຕິບານປະຊາຊົນເລກ 02 ມີຄວາມສົນໃຈຂໍເຂົ້າຮ່ວມການອົບຮົມອີກດ້ວຍ) ເຊິ່ງແຕ່ລະຫົວຂໍ້ຂອງບົດຮຽນແມ່ນ ສຸມໃສ່ການກະກຽມການເປັນເຈົ້າພາບກິລາ, ການກະກຽມເຂົ້າຮ່ວມການແຂ່ງຂັນ, ວຽກງານພິທີການ, ການຊອກຫາຜູ້ອຸປະຖໍາ, ຮູບແບບການພັດທະນານັກກິລາ ເປັນຕົ້ນ. ນອກຈາກນີ້, ຍັງນໍາສະເໜີຄວາມເປັນມາ,...

ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ

ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ ໂດຍໄດ້ຮັບການອຸປະຖໍາເຄື່ອງກິລາ ຈາກ ກົມກິລາແຂວງຢຸນນານ, ສາທາລະນະລັດປະຊາຊົນຈີນ, ເປັນມູນຄ່າ 510,400 ຢວນ ຫຼື ເປັນສະກຸນເງິນກີບປະມານ 1,565,502,326 ກີບ ເຊິ່ງຜູ້ມອບແມ່ນ ແມ່ນທ່ານ ເຈິ່ງສຸນ ພ້ອມດ້ວຍຄະນະ ແລະ ຕາງໜ້າໃຫ້ຜູ້ຮັບ ຂອງຄະນະໂອແລມປິກແຫ່ງຊາດລາວ ແມ່ນ ທ່ານ ສົມພູ ພົງສາ ຮອງປະທານ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ - ເລຂາທິການ ຄະນະກໍາມະການໂອແລມປິກແຫ່ງຊາດລາວ. ພິທີມອບ-ຮັບເຄື່ອງກິລາໃນວັນນີ້ ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງກົມກິລາແຂວງຢຸນນານ ສາທາລະນະລັດປະຊາຊົນຈີນ ກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ. ການສະໜັບສະໜູນຄັ້ງນີ້ຈະເປັນກຳລັງສຳຄັນໃນການຍົກລະດັບການພັດທະນາກິລາຂອງພວກເຮົາ ໃຫ້ກ້າວໄປສູ່ຄວາມເຂັ້ມແຂງ ແລະ ຍືນຍົງຕໍ່ໄປ

ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ ໂດຍໄດ້ຮັບການອຸປະຖໍາເຄື່ອງກິລາ ຈາກ ກົມກິລາແຂວງຢຸນນານ, ສາທາລະນະລັດປະຊາຊົນຈີນ

ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ ໂດຍໄດ້ຮັບການອຸປະຖໍາເຄື່ອງກິລາ ຈາກ ກົມກິລາແຂວງຢຸນນານ, ສາທາລະນະລັດປະຊາຊົນຈີນ, ເປັນມູນຄ່າ 510,400 ຢວນ ຫຼື ເປັນສະກຸນເງິນກີບປະມານ 1,565,502,326 ກີບ ເຊິ່ງຜູ້ມອບແມ່ນ ແມ່ນທ່ານ ເຈິ່ງສຸນ ພ້ອມດ້ວຍຄະນະ ແລະ ຕາງໜ້າໃຫ້ຜູ້ຮັບ ຂອງຄະນະໂອແລມປິກແຫ່ງຊາດລາວ ແມ່ນ ທ່ານ ສົມພູ ພົງສາ ຮອງປະທານ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ - ເລຂາທິການ ຄະນະກໍາມະການໂອແລມປິກແຫ່ງຊາດລາວ. ພິທີມອບ-ຮັບເຄື່ອງກິລາໃນວັນນີ້ ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງກົມກິລາແຂວງຢຸນນານ ສາທາລະນະລັດປະຊາຊົນຈີນ ກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ. ການສະໜັບສະໜູນຄັ້ງນີ້ຈະເປັນກຳລັງສຳຄັນໃນການຍົກລະດັບການພັດທະນາກິລາຂອງພວກເຮົາ ໃຫ້ກ້າວໄປສູ່ຄວາມເຂັ້ມແຂງ ແລະ ຍືນຍົງຕໍ່ໄປ

ສໍາເລັດການເຂົ້າຮ່ວມການແຂ່ງຂັນໃນ 3rd Asian Youth Games 2025 (AYG 2025) ທີ່ປະເທດ ບາເຣນ (Kingdom of Bahrain) ເປັນເຈົ້າພາບ, ເຊິ່ງຈະຈັດຂຶ້ນໃນວັນທີ 22-31 ຕຸລາ 2025 ນີ້

ແລະ ສໍາລັບນັກກິລາຈາກປະເທດລາວຂອງພວກເຮົາ ຈະເຂົ້າຮ່ວມແຂ່ງຂັນມີ 7 ປະເພດກິລາ (Updated ຕໍ່ຈາກຂໍ້ມູນເທື່ອແລ້ວ) ຄື: 1. ອີສະປອດ (E-Sports ) ລົງລາຍການ e-Football 1vs1 (ຊາຍ ແລະ ຍິງ) 2. ຢູໂດ (Judo ) ລຸ້ນນໍ້າໜັກ - 48 kg (ຍິງ) ແລະ -66 kg (ຊາຍ) 3. ຈູຈິຊຸ (Jujitsu ) ລຸ້ນນໍ້າໜັກ - 69kg (ຊາຍ) -57 kg (ຍິງ) 4. ແລ່ນ -ລານ (Athletic ) ລົງລາຍການ 100 ແມັດ ແລະ 200 ແມັດ (ຊາຍ ແລະ ຍິງ) 5. ດອກປີກໄກ່ (Badminton )...

ກອງປະຊຸມ 6 ເດືອນຕົ້ນປີ 2025 ຂອງຄະນະບໍລິຫານງານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຊຸດທີ VIII

ກອງປະຊຸມດັ່ງກ່າວໄດ້ລາຍງານຜົນສໍາເລັດການເຄື່ອນໄຫວ 6 ເດືອນຕົ້ນປີ 2025 ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2025 ລາຍງານແຜນໂດຍຫຍໍ້: ວຽກງານຮ່ວມມືກິລາສາກົນ: ໄດ້ປະສານກອງທຶນໂອລິມປິກສາກົນ ຂໍທຶນຝຶກແອບນັກກິລາກະກຽມຄວາມພ້ອມເຂົ້າຮ່ວມງານແຂ່ງຂັນກິລາ ເອຊຽນເກມຊາວໜຸ່ມຄັ້ງທີ 3 Asian Youth Game 2025 ທີ່ ປະເທດ ບາເຣນ ​(Bahrain), ງານມະຫາກໍາກິລາຊີເກມ ຄັ້ງທີ 33 ທີ່ ຣາຊະອານາຈັກ ໄທ ແລະ ງານ 33rd Olympic Games ທີ່ Los Angeles, America ປີ 2028 ໄດ້ປະສານກອງທຶນໂອລິມປິກສາກົນ ຂໍທຶນເພື່ອຈັດຝຶກອົບຮົມຄູຝຶກກິລາ ຄາຣາເຕໂດ້, ບານສົ່ງ, ເທັນນີສ ແລະ ດອກປີກໄກ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະສານຂໍຊ່ຽວຊານສາກົນ ໃນການຈັດຕາຕະລາງຝຶກອົບຮົມຂອງໂຄງການຕ່າງໆ ທີ່ໄດ້ກໍານົດໃນແຜນງານ ວຽກງານສົ່ງເສີມບຸກຄະລາກອນ: ໄດ້ສົ່ງຄູຝຶກກິລາລອຍນໍ້າ ເຂົ້າຮ່ວມການຝຶກອົບຮົມໃນຫົວຂໍ້ ວິທະຍາສາດການກິລາ ທີ່ປະເທດ ຮົງກາຣີ ໄດ້ສົ່ງຄະນະຕາງໜ້າໂອລິມປ້ຽນ ເຂົ້າຮ່ວມສໍາມະນາທູດໂອລິມປິກຊາວໜຸ່ມທີ່ປະເທດ ເກຣັກ...

ຄະນະຜູ້ແທນຄະນະກຳມະການໂອແລມປິກແຫ່ງຊາດລາວເຂົ້າຮ່ວມກອງປະຊຸມມົນຕີຊີເກມ, ລະຫວ່າງວັນທີ 11-13 ມິຖຸນາ 2025 ທີ່ ບາງກອກ, ປະເທດໄທ

ຄະນະຜູ້ແທນຄະນະກຳມະການໂອແລມປິກແຫ່ງຊາດລາວເຂົ້າຮ່ວມກອງປະຊຸມມົນຕີຊີເກມ

ຄະນະຜູ້ແທນ ຄອລ ເຂົ້າຮ່ວມກອງປະຊຸມໃຫຍ່ OCA 11- 12 May 2025 ທີ່ ປະເທດ ຄູເວດ

ຄະນະຜູ້ແທນ ຄອລ ເຂົ້າຮ່ວມກອງປະຊຸມໃຫຍ່ OCA 11- 12 May 2025 ທີ່ ປະເທດ ຄູເວດ

ຄະນະຜູ້ແທນຄະນະກຳມະການໂອແລມປິກແຫ່ງຊາດລາວເຂົ້າຮ່ວມພິທີເປີດການແຂ່ງຂັນກິລາບິນລຽດ-ສະນຸກເກີ້ລາຍການ World Heyball Masters Grand Finals 2025 ທີ່ໄດ້ຈັດຂຶ້ນທີ່ເມືອງ ເສີນຕູ່ ແຂວງ ເສສວນ, ສປ ຈີນ, ໃນວັນທີ 03 – 07 ພຶດສະພາ 2025

ຄະນະຜູ້ແທນຄະນະກຳມະການໂອແລມປິກແຫ່ງຊາດລາວເຂົ້າຮ່ວມພິທີເປີດການແຂ່ງຂັນກິລາບິນລຽດ-ສະນຸກເກີ້ລາຍການ World Heyball Masters Grand Finals 2025 ທີ່ໄດ້ຈັດຂຶ້ນທີ່ເມືອງ ເສີນຕູ່ ແຂວງ ເສສວນ, ສປ ຈີນ, ໃນວັນທີ 03 - 07 ພຶດສະພາ 2025

ການອົບຮົມຜູ້ບໍລິຫານກິລານະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 07 – 09 ເມສາ 2025 ທີ່ ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ

ການຈັດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ 25 ທ່ານ (ຍິງ 7 ທ່ານ), ຈາກ 20 ພາກສ່ວນພາຍໃນນະຄອນຫຼວງວຽງຈັນ, ຄະນະນໍາຜູ້ບັນຍາຍ ຂອງ ຄະນະກໍາມະການໂອລິມປິກແຫ່ງຊາດລາວ ແມ່ນມີຜູ້ບັນຍາຍໂດຍທ່ານ ກະເສມ ອິນທະລາ, ທ່ານ ພູວັນ ວົງສຸທິ ແລະ ທ່ານ ນ. ບົວລອງ ສັກປະເສີດ, ເຊິ່ງໄດ້ເນັ້ນໜັກກ່ຽວກັບໜ້າວຽກບໍລິຫານການເປັນເຈົ້າພາບໃນການຈັດງານແຂ່ງຂັນກິລາ ໂດຍສະເພາະ ໃຫ້ກັບພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ເນື້ອໃນການບັນຍາຍດັ່ງກ່າວ ໄດ້ເນັ້ນໃສ່ການຈັດຕັ້ງການເປັນກໍາມະການກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ, ໜ້າວຽກຂອງອະນຸກໍາມະການຝ່າຍຕ່າງໆ, ວຽກພິທີການຕ່າງໆ, ຕົວຢ່າງແຜນດໍາເນີນງານຈັດການແຂ່ງຂັນກິລາແຫ່ງຊາດ 06 ເດືອນກ່ອນການແຂ່ງຂັນ ແລະ ການຈັດສະຖານທີ່ການແຂ່ງຂັນ ທີ່ໄດ້ມາດຕະຖານລະດັບສາກົນ