ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ




ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບເຄື່ອງກິລາ ໂດຍໄດ້ຮັບການອຸປະຖໍາເຄື່ອງກິລາ ຈາກ ກົມກິລາແຂວງຢຸນນານ, ສາທາລະນະລັດປະຊາຊົນຈີນ, ເປັນມູນຄ່າ 510,400 ຢວນ ຫຼື ເປັນສະກຸນເງິນກີບປະມານ 1,565,502,326 ກີບ ເຊິ່ງຜູ້ມອບແມ່ນ ແມ່ນທ່ານ ເຈິ່ງສຸນ ພ້ອມດ້ວຍຄະນະ ແລະ ຕາງໜ້າໃຫ້ຜູ້ຮັບ ຂອງຄະນະໂອແລມປິກແຫ່ງຊາດລາວ ແມ່ນ ທ່ານ ສົມພູ ພົງສາ ຮອງປະທານ ແລະ ທ່ານ ແສງພອນ ພົນອາມາດ ຮອງປະທານ – ເລຂາທິການ ຄະນະກໍາມະການໂອແລມປິກແຫ່ງຊາດລາວ.
ພິທີມອບ-ຮັບເຄື່ອງກິລາໃນວັນນີ້ ເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງກົມກິລາແຂວງຢຸນນານ ສາທາລະນະລັດປະຊາຊົນຈີນ ກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ. ການສະໜັບສະໜູນຄັ້ງນີ້ຈະເປັນກຳລັງສຳຄັນໃນການຍົກລະດັບການພັດທະນາກິລາຂອງພວກເຮົາ ໃຫ້ກ້າວໄປສູ່ຄວາມເຂັ້ມແຂງ ແລະ ຍືນຍົງຕໍ່ໄປ

ຕອບກັບ