ການອົບຮົມຜູ້ບໍລິຫານກິລານະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 07 – 09 ເມສາ 2025 ທີ່ ພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ
















ການຈັດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ 25 ທ່ານ (ຍິງ 7 ທ່ານ), ຈາກ 20 ພາກສ່ວນພາຍໃນນະຄອນຫຼວງວຽງຈັນ, ຄະນະນໍາຜູ້ບັນຍາຍ ຂອງ ຄະນະກໍາມະການໂອລິມປິກແຫ່ງຊາດລາວ ແມ່ນມີຜູ້ບັນຍາຍໂດຍທ່ານ ກະເສມ ອິນທະລາ, ທ່ານ ພູວັນ ວົງສຸທິ ແລະ ທ່ານ ນ. ບົວລອງ ສັກປະເສີດ, ເຊິ່ງໄດ້ເນັ້ນໜັກກ່ຽວກັບໜ້າວຽກບໍລິຫານການເປັນເຈົ້າພາບໃນການຈັດງານແຂ່ງຂັນກິລາ ໂດຍສະເພາະ ໃຫ້ກັບພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ເນື້ອໃນການບັນຍາຍດັ່ງກ່າວ ໄດ້ເນັ້ນໃສ່ການຈັດຕັ້ງການເປັນກໍາມະການກອງເລຂາ, ອະນຸກໍາມະການຝ່າຍຕ່າງໆ, ໜ້າວຽກຂອງອະນຸກໍາມະການຝ່າຍຕ່າງໆ, ວຽກພິທີການຕ່າງໆ, ຕົວຢ່າງແຜນດໍາເນີນງານຈັດການແຂ່ງຂັນກິລາແຫ່ງຊາດ 06 ເດືອນກ່ອນການແຂ່ງຂັນ ແລະ ການຈັດສະຖານທີ່ການແຂ່ງຂັນ ທີ່ໄດ້ມາດຕະຖານລະດັບສາກົນ
ຕອບກັບ