29ກ.ຍ.
ກອງປະຊຸມກະກຽມຝຶກຊ້ອມນັກກິລາ ເຂົ້າຮ່ວມຊີເກມ ຄັ້ງທີ 32 ທີ່ປະເທດ ກໍາປູເຈຍ, ເອຊຽນເກມ ຫາງໂຈວ ຄັ້ງທີ 19 ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ກຸງເທບ ແລະ ຊົນບູລີ, ປະເທດໄທ
Anousak2022-09-29T14:37:56+07:00
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ສະເໜີໂຄງການສະໜັບສະໜູນນັກກິລາລະດັບຂົງເຂດໄລຍະ 04 ປີ 2021-2024 ປະກອບມີ 04 ລາຍການຄື ກິລາຊີເກມ ຄັ້ງທີ 31, ທີ່ ສສ ຫວຽດນາມ, ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ກິລາຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06, ແຕ່ຍັງບໍ່ທັນເລີ່ມປະຕິບັດໂຄງການດັ່ງກ່າວ, ເນື່ອງຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ການແຂ່ງຂັນຖືກເລື່ອນ.
ສໍາລັບປີ 2023 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີແຜນເຂົ້າຮ່ວມແຂ່ງຂັນປະກອບດ້ວຍ 03 ລາຍການແຂ່ງຂັນໃຫຍ່ຄື
1.ຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ, ວັນທີ 05-17 ພຶດສະພາ 2023.
2. ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ສປ ຈີນ, ວັນທີ 23 ກັນຍາ – 8 ຕຸລາ 2023.
3. ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ບາງກອກ – ຊົນບູລີ ປະເທດໄທ.
ທັງ 3 ລາຍການນີ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ກົມກິລາລະດັບສູງ ໄດ້ມີຄວາມເປັນເອກະພາບກັນຈັດແບ່ງປະເພດກິລາເພື່ອສົ່ງຂໍທຶນນໍາກອງທຶນໂອແລມປິກສາກົນ (Olympic Solidarity)
Related Posts
23ພ.ພ.
Technical Course for Coaches in Badminton Level 1 read more
13ມ.ກ.
30ກ.ຍ.
28ພ.ພ.
24ສ.ຫ.
ວັນໂອລິມປິກສາກົນ ຄົບຮອບ 129 ປີ ທີ່ນະຄອນໄກສອນ, ແຂວງ ສະຫວັນນະເຂດ
read more
23ພ.ພ.
hef de mission meeting for XXVII SEA Games in Nay Pyi Taw,... read more
12ກ.ກ.
28ພ.ພ.
23ພ.ພ.
WADA Delegation to visit Laos
World Anti-Doping Agency (WADA) Delegation to visit Laos... read more
25ສ.ຫ.
ອົບຮົມຄູຝຶກກິລາຍິງທະນູ ທີ 26 ມິຖຸນາ - 04 ກໍລະກົດ 2023
read more
ຕອບກັບ